ກ່ຽວກັບ ຊຸດຄວາມຮູ້ເສີມ Climate Box

ຊຸດຄວາມຮູ້ເສີມ Climate Box ແມ່ນຫຍັງ?

ເປັນຊຸດຄວາມຮູ້ເສີມກ່ຽວກັບການສຶກສາແບບໂຕ້ຕອບທີ່ສ້າງຂຶ້ນເພື່ອສອນຄົນຮຸ່ນໃໝ່ ໂດຍເນັ້ນໃສ່ຫົວຂໍ້ການປ່ຽນແປງດິນຟ້າອາກາດ. ອອກແບບໂດຍຜູ້ຊ່ຽວຊານດ້ານວິທະຍາສາດການປ່ຽນແປງດິນຟ້າອາກາດ, ການສຶກສາ, ແລະ ວັນນະຄະດີຂອງເດັກນ້ອຍ, ຊຸດເຄື່ອງມືນີ້ເຮັດໃຫ້ການສຶກສາການປ່ຽນແປງດິນຟ້າອາກາດມີສ່ວນຮ່ວມ, ໂຕ້ຕອບ, ແລະ ມີຄວາມກ່ຽວຂ້ອງໃນທົ່ວໂລກ, ຊ່ວຍໃຫ້ຜູ້ໃຊ້ສາມາດປະຕິບັດ ແລະ ສ້າງແຮງບັນດານໃຈໃນການປ່ຽນແປງ.

 

ສິ່ງທີ່ລິເລີ່ມເບື້ອງຕົ້ນໃນປະເທດໃດໜື່ງໃນປັດຈຸບັນໄດ້ກາຍເປັນການລິເລີ່ມໃນທົ່ວໂລກ. ປະຈຸບັນ ຊູດຄວາມຮູ້ເສີມ Climate Box ມີໃຫ້ນຳໃຊ້ໃນ 17 ພາສາ, ໂດຍມີສະບັບທີ່ປັບແຕ່ງໃຫ້ເຂົ້າກັບສະພາບໃນບາງພາກພື້ນໃນບັນດາປະເທດໃນເອີຣົບຕາເວັນອອກ, ອາຊີກາງ ແລະ ເຂດພາກພື້ນອື່ນໆ. ການປັບປຸງໃຫມ່ (2023-2026) ໄດ້ນໍາໃຊ້ຂໍ້ມູນຂ່າວສານທີ່ທັນຕໍ່ເຫດການຫຼາຍຂື້ນກວ່າເກົ່າ, ຂະຫຍາຍໄປສູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

ໃນປີ 2025

ປະຕິບັດ. ຊຸດຄວາມຮູ້ເສີມ Climate Box
ໄດ້ແປເປັນ 17 ພາສາ,
ລວມທັງພາສາທີ່ນໍາໃຊ້ເປັນທາງການຂອງອົງການສະຫະປະຊາຊາດ.

ມີທັງໝົດ 12
ປະເທດ ທີ່​ເຂົ້າ​ຮ່ວມ​ໂຄງການ, ພັດທະນາ​ຊຸດ​ເຄື່ອງ​ມື​ໃນພາສາ​ທ້ອງ​ຖິ່ນ​ຂອງຊຸດຄວາມຮູ້ເສີມ Climate Box ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ແລະ ແທດເໝາະກັບສະພາບຕົວຈິງຂອງ​ພາກ​ພື້ນ.

ໂຮງຮຽນ
ຫຼາຍກວ່າ 5,000
ແຫ່ງນໍາໃຊ້ຊຸດຄວາມຮູ້ເສີມ Climate Box ເພື່ອສ້າງການມີສ່ວນຮ່ວມຂອງເດັກນ້ອຍ ແລະ ໄວໜຸ່ມໃນການຮຽນຮູ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຊຸດຄວາມຮູ້ເສີມ Climate Box  ໄດ້ຖືກນໍາໃຊ້ເພື່ອຝຶກອົບຮົບໃຫ້ແກ່ຄູ-ອາຈານຫຼາຍກວ່າ
7,000 ຄົນ
ເພື່ອຮຽນຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ສ້າງແຮງບັນດານໃຈໃນການປະຕິບັດ.

ນັກຮຽນຫຼາຍກວ່າ
50,000 ຄົນ
ໄດ້ຮຽນຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດຜ່ານ ຊຸດຄວາມຮູ້ເສີມດັ່ງກ່າວ

ຊຸດຄວາມຮູ້ເສີມ Climate Box ແມ່ນເໝາະສໍາລັບໃຜແດ່

ເດັກນ້ອຍ ແລະ ໄວໜຸ່ມ

ມີສ່ວນຮ່ວມຜ່ານກິດຈະກໍາມ່ວນໆ, ແບບສອບຖາມ, ແລະ ການສົນທະນາເພື່ອຮຽນຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ  ແລະ ວິທີການດຳລົງຊີວິດແບບຍືນຍົງ.

ຄູອາຈານ ແລະ ການສຶກສາ:

ສາມາດເຂົ້າເຖິງຂໍ້ມູນສະພາບອາກາດຫຼ້າສຸດ ແລະ ຄູ່ມືພາກປະຕິບັດເພື່ອນໍາເອົາການສຶກສາສະພາບການປ່ຽນແປງດິນຟ້າອາກາດເຂົ້າໄປສິດສອນໃນຫ້ອງຮຽນ ແລະ ນອກຫ້ອງຮຽນ.

ພໍ່ແມ່ ແລະ ຊຸມຊົນ:

ມີສ່ວນຮ່ວມໃນກິດຈະກໍາເພື່ອຊ່ວຍໃຫ້ຄອບຄົວ ແລະ ຊຸມຊົນຂອງທ່ານເຂົ້າໃຈ ແລະ ຈັດການ ຫຼື ປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ.

ລັດຖະບານ:

ນໍາໃຊ້ຊຸດເຄື່ອງມືເພື່ອປຸກຈິດສໍານຶກ ແລະ ສ້າງແຮງບັນດານໃຈໃນການເຂົ້າຮ່ວມການເຄື່ອນໄຫວໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດໃນລະດັບຊາດ ຫຼື ຂັ້ນທ້ອງຖິ່ນ

ຊຸດຄວາມຮູ້ເສີມ Climate Box ມີຄວາມເປັນເອກະລັກແນວໃດ?

 ຄວາມສົມບູນແບບ ແລະ ການໂຕ້ຕອບ:

 ເປັນຊຸດຄວາມຮູ້ເສີມໃນການການສຶກສາກ່ຽວກັບການປ່ຽນແປງດິນຟ້າອາກາດ ຄັ້ງທໍາອິດສໍາລັບໂຮງຮຽນ, ມີເນື້ອໃນທີ່ສົ່ງເສີມການມີສ່ວນຮ່ວມ, ຮູບແຕ້ມ, ແລະ ກິດຈະກໍາອື່ນໆ.

 

 ສ້າງໂດຍຊ່ຽວຊານສະເພາະດ້ານ:

ສ້າງໂດຍທີມງານທີ່ມີຄວາມຊ່ຽວຊານໃນຫຼາຍຂົງເຂດ ລວມມີ ນັກວິທະຍາສາດດ້ານການປ່ຽນແປງດິນຟ້າອາກາດ, ການສຶກສາ, ແລະ ນັກຂຽນເພື່ອເດັກນ້ອຍ.

ທົ່ວໂລກ ແລະ ທ້ອງຖິ່ນ: ມີຕົວຢ່າງຈາກທົ່ວໂລກ, ບວກກັບເນື້ອຫາທີ່ໄດ້ປັບປຸງໃຫ້ແທດເໝາະກັບແຕ່ລະພາກພື້ນ.

 

ຄູ-ອາຈານສາມາດນໍາໃຊ້ໄດ້ງ່າຍ:

ລວມມີບົດແນະນຳລະອຽດ ແລະ ການຝຶກອົບຮົມເພື່ອແຊກຊ້ອນການສຶກສາການປ່ຽນແປງດິນຟ້າອາກາດເຂົ້າກັບຫຼັກສູດຕ່າງໆ.

 

ສາມາດເຂົ້າເຖິງໄດ້ຢ່າງເປັນວົງກວ້າງ:

ໄດ້ແປເປັນ 17 ພາສາ, ແລະ ມີການປັບປຸງຢ່າງຕໍ່ເນື່ອງເພື່ອໃຫ້ແທດເໝາະກັບວິທະຍາສາດກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ມີການປັບປຸງຫຼ້າສຸດ.

ເລີ່ມການຮຽນຮູ້ ແລະ ການເຄື່ອນໄຫວໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຂອງທ່ານ

ເຂົ້າຮ່ວມການເຄື່ອນໄຫວໃນທົ່ວໂລກກັບໂຄງການ Climate Box ແລະ ຊ່ວຍສ້າງຜູ້ນໍາໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດລຸ້ນຕໍ່ໄປ.

ຊອກຫາຂໍ້ມູນເພີ່ມຕື່ມ:

  • ສຳຫຼວດບັນດາເຄື່ອງມືເພີ່ມຕື່ມໄດ້ທີ່ເວັບໄຊທ໌ Climate Box!
  • ເບິ່ງວິດີໂອໂຄງການ Climate Box ເພື່ອສຶກສາເພີ່ມເຕີມ