ແຜນທີ່ ແລະ ໂປສເຕີ້

ຮູບພາບມີຄວາມສໍາຄັນກັບຂະບວນການຮຽນຮູ້, ແລະ ຊຸດຄວາມຮູ້ເສີມ Climate Box Toolkit ປະກອບມີຮູບແຕ້ມ ທີ່ຫຼາກຫຼາຍທີ່ຊີ້ໃຫ້ເຫັນເຖິງຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພ້ອມກັບວິທີການເພື່ອຫຼຸດຜ່ອນ ແລະ ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.

ແຜນທີ່ການປ່ຽນແປງດິນຟ້າອາກາດ

ເປັນຫຍັງການເຄື່ອນໄຫວເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຈຶ່ງມີຄວາມສໍາຄັນ ແລະ ແມ່ນຫຍັງຈະເກີດຂຶ້ນຖ້າພວກເຮົາເລືອກທີ່ຈະເພິກເສີຍຕໍ່ບັນຫາດັ່ງກ່າວ? ແຜນ​ທີ່​ນີ້​ເນັ້ນ​ເຖິງ​ຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ​ປະ​ຊາ​ກອນ​ມະ​ນຸດ​ໃນ​ທ້າຍ​ສັດ​ຕະ​ວັດ​ທີ 21, ຖ້າ​ຫາກ​ເຮົາ​ບໍ່​ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ.

ໂປສເຕີ 'ເຮັດແນວໃດເພື່ອຕ້ານກັບການປ່ຽນແປງດິນຟ້າອາກາດ?'

ການ​ປັບ​ຕົວ​ເຂົ້າ​ກັບ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ກະ​ແຈ​ເພື່ອ​ສ້າງ​ອາ​ນາ​ຄົດ​ທີ່​ທົນ​ທານ ​ແລະ ​ຍືນ​ຍົງ. ໂປສເຕີ້ນີ້ສະເໜີຂັ້ນຕອນທີ່ງ່າຍດາຍ, ສາມາດປະຕິບັດໄດ້ເພື່ອເສີມຂະຫຍາຍຄວາມຢືດຢຸ່ນ ແລະ ປົກປ້ອງທັງຄົນ ແລະ ສິ່ງແວດລ້ອມຈາກສິ່ງທ້າທາຍດ້ານສະພາບອາກາດ.

ໂປສເຕີ ‘CO2NSERVE! CO2MBAT! CO2OPERATE !'

ທຸກໆການເຄື່ອນໄຫວນ້ອຍໆແມ່ນມີຄວາມສໍາຄັນໝົດເມື່ອຕ້ອງໄດ້ເອົາໃຈໃສ່ໃນການຫຼຸດຜ່ອນການປ່ອຍທາດອາຍກາກບອນຂອງພວກເຮົາ. ໂປສເຕີ້ນີ້ສະເໜີຄໍາແນະນໍາພາກປະຕິບັດທີ່ເຈົ້າສາມາດເຮັດໄດ້ໃນຊີວິດປະຈໍາວັນຂອງເຈົ້າໄດ້ງ່າຍໆ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະກອບສ່ວນໄປສູ່ການສ້າງອະນາຄົດທີ່ຍືນຍົງກວ່າ.