ຄໍາຖາມກ່ຽວກັບສະພາບດິນຟ້າອາກາດ

ຊຸດຄວາມຮູ້ເສີມ Climate Box ຍັງປະກອບມີ “ຄໍາຖາມກ່ຽວກັບສະພາບດິນຟ້າອາກາດ ທີ່ເອີ້ນວ່າ Climate Quiz, ປະກອບດ້ວຍກາດ 100 ໃບທີ່ມີຄໍາຖາມແລະ ຄໍາຕອບຫຼາຍທາງເລືອກທີ່ອອກແບບມາເພື່ອທົດສອບ ແລະ ເສີມຂະຫຍາຍຄວາມຮູ້ໃນຫົວຂໍ້ຕ່າງໆກ່ຽວກັບການປ່ຽນແປງດິນຟ້າອາກາດ. ຄໍາຖາມໄດ້ຖືກຈັດລຽງຕາມຫົວຂໍ້, ທີ່ສອດຄ່ອງກັບສາມພາກຕົ້ນຕໍຂອງປື້ມຊຸດຄວາມຮູ້ເສີມຂອງ Climate Box.

ຄໍາຖາມແມ່ນສຸມໃສ່ຄວາມຮູ້ພື້ນຖານຂອງສະພາບດິນຟ້າອາກາດ, ລວມທັງປະເພດ ແລະ ເຂດ, ປະຫວັດສາດຂອງການປ່ຽນແປງດິນຟ້າອາກາດໃນໄລຍະເວລາ, ແລະ ສາເຫດ.

ເບິ່ງ ແລະ ດາວໂຫຼດ ຄໍາຖາມດັ່ງກ່າວກວມເອົາຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ລະບົບນິເວດ, ການກະສິກໍາ, ຊັບພະຍາກອນນ້ໍາ, ແລະ ສຸຂະພາບຂອງມະນຸດ, ຄຽງຄູ່ກັບການປັບໂຕ ແລະ ການເຕີບໂຕແບບຍືນຍົງ.

ບັນດາ​ຄຳ​ຖາມ​ສຸມ​ໃສ່​ການນໍາໃຊ້​ພະລັງງານທີ່ມີປະສິດທິພາບ, ການ​ຄົມມະນາຄົມ​ສີຂຽວ, ການ​ກໍ່ສ້າງ​ແບບ​ຍືນ​ຍົງ, ​ແລະ ບັນດາ​ທິດ​ທາງ​ປະຕິບັດ​ໄດ້ ທີ່​ສະແດງໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ໃນທົ່ວ​ໂລກ.