ເດັກນ້ອຍ

ພາກນີ້ໄດ້ເປີດໂອກາດໃຫ້ໄວໜຸ່ມ ແລະ ນັກຮຽນໄດ້ມີເວທີການຮຽນຮູ້ແບບໂຕ້ຕອບ, ແລະ ສົ່ງເສີມຜ່ານຊຸດຄວາມຮູ້ເສີມ Climate box, ແລະ ສາມາດເຂົ້າເຖິງອຸປະກອນການຮຽນຮູ້ເພີ່ມເຕີມເຊັ່ນ: ແບບສອບຖາມ, ວິດີໂອ ແລະ ພາບເຄື່ອນໄຫວ.

ຊຸດຄໍາຖາມກ່ຽວກັບສະພາບດິນຟ້າອາກາດ:

ເຈົ້າຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດຫຼາຍຊໍ່າໃດ? ທົດສອບຄວາມຮູ້ຂອງທ່ານຜ່ານແບບສອບຖາມກ່ຽວກັບ ການປ່ຽນແປງສະພາບອາກາດຂອງພວກເຮົາ! ຄົ້ນ​ຫາ​ຫົວຂໍ້ອື່ນໆ​ທີ່ໜ້າສົນໃຈ ແລະ ​ການ​ມີ​ສ່ວນ​ຮ່ວມ​ອື່ນໆ​ທີ່​ກວມ​ເອົາ​​ຫຼາຍຫົວ​ຂໍ້​ທີ່​ສໍາ​ຄັນ ຈາກ​ສາ​ເຫດ​ ແລະ ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ ຈົນຮອດແນວທາງແກ້ໄຂ້ທີ່ສາມາດປະຕິບັດໄດ້.

ເລືອກຫົວຂໍ້ລຸ່ມນີ້ ແລະມາເບິ່ງກັນວ່າເຈົ້າຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດໄດ້ດີປານໃດ!

ບັນຫາທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດໄດ້ສຸມໃສ່ພື້ນຖານຂອງສະພາບດິນຟ້າອາກາດ, ລວມທັງປະເພດ ແລະ ເຂດ, ປະຫວັດສາດຂອງການປ່ຽນແປງດິນຟ້າອາກາດໃນໄລຍະເວລາ, ແລະ ສາເຫດ.

ການປ່ຽນແປງດິນຟ້າອາກາດມີຜົນກະທົບແນວໃດຕໍ່ທໍາມະຊາດ ແລະ ມະນຸດ ແມ່ນການສໍາຫຼວດເບິ່ງຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ລະບົບນິເວດ, ການກະສິກໍາ, ຊັບພະຍາກອນນ້ໍາ, ແລະ ສຸຂະພາບຂອງມະນຸດ, ເຊັ່ນດຽວກັນກັບການປັບຕົວ ແລະ ການເຕີບໂຕແບບຍືນຍົງ.

ວິທີການປ້ອງກັນການປ່ຽນແປງດິນຟ້າອາກາດທີ່ເປັນອັນຕະລາຍ ຈະຕິດພັນກັບການຄົ້ນຄວ້າໃນການນໍາໃຊ້ພະລັງງານແບບມີປະສິດທິພາບ, ການຂົນສົ່ງສີຂຽວ, ການກໍ່ສ້າງແບບຍືນຍົງ, ແລະ ວິທີການແກ້ໄຂບັນຫາຕົວຈິງ ທີ່ສະແດງໃຫ້ເຫັນຄວາມສໍາຄັນຂອງການຮ່ວມມືທົ່ວໂລກ.

ແບບສອບຖາມກ່ຽວກັບສະພາບອາກາດ ແມ່ນການທົດສອບຄວາມຮູ້ຈາກທຸກຫົວຂໍ້ທີ່ຜ່ານມາ, ລວມທັງພື້ນຖານ, ຜົນກະທົບ, ແລະ ການແກ້ໄຂການປ່ຽນແປງດິນຟ້າອາກາດ.

Video Lessons

In these video lessons, experts explain key climate change related concepts in a simple and accessible way. Each lesson is designed to spark curiosity, encourage critical thinking, and help understand how young people can contribute to climate action.

Animated Videos

Through simple visuals and explanations, these animations clearly present a wide range of climate change related topics in an easy and engaging way.