and Education
Kids and Youth
Educators
Toolkit
Beyond the Classroom
Beyond the Borders
ຍິນດີຕ້ອນຮັບ!
ການປ່ຽນແປງຂອງດິນຟ້າອາກາດບໍ່ແມ່ນໄພຂົ່ມຂູ່ທີ່ໄກໂຕແລ້ວ, ໄພດັ່ງກ່າວແມ່ນກຳລັງເກີດຂື້ນເຊີ່ງພວກເຮົາບໍ່ສາມາດປະຕິເສດໃນການປະເຊີນໜ້າກັບໄພຂົ່ມຂູ່ດັ່ງກ່າວໄດ້ ແລະ ຜົນກະທົບຂອງໄພດັ່ງກ່າວກໍ່ນັບມື້ນັບເພີ່ມຂື້ນ ເປັນວົງກວ້າງໃນທົ່ວໂລກ. ເມື່ອຜົນກະທົບເຫຼົ່ານີ້ຮ້າຍແຮງຂຶ້ນ, ຄົນຮຸ່ນໃໝ່ຈະຕ້ອງມີບົດບາດຢ່າງຕັ້ງໜ້າໃນການແກ້ໄຂວິກິດການດັ່ງກ່າວ, ທັງໃນປະຈຸບັນ ແລະ ໃນຖານະເປັນຜູ້ມີສ່ວນຕັດສິນໃຈໃນອານາຄົດ. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ, ການສຶກສາກ່ຽວກັບການປ່ຽນແປງດັ່ງກ່າວຈື່ງມີຄວາມສໍາຄັນຫຼາຍ.
ຍ້ອນແນວນັ້ນຊຸດຄວາມຮູ້ເສີມ Climate Box ຈື່ງຖືກພັດທະນາຂື້ນເພື່ອສະໜັບສະໜູນຄວາມພະຍາຍາມດັ່ງກ່າວ. UNDP ໄດ້ພັດທະນາໂຄງການການຮຽນຮູ້ (climate box) ແບບໂຕ້ຕອບນີ້ຂື້ນ ເພື່ອຊ່ວຍໃຫ້ນັກຮຽນໃນໂຮງຮຽນສາມາດຄົ້ນຄວ້າກ່ຽວກັບສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດ ແລະ ເຂົ້າໃຈວິທີການແກ້ໄຂບັນຫາດັ່ງກ່າວ.
ຊຸດຄວາມຮູ້ Climate Box ຍັງປະກອບມີ “ຊຸດຄໍາຖາມກ່ຽວກັບການປ່ຽນແປງດິນຟ້າອາກາດ,” ປະກອບດ້ວຍບັດຄໍາຖາມຈໍານວນ 100 ບັດທີ່ມີຄໍາຖາມ ແລະ ຕໍາຕອບໃຫ້ເລືອກ ທີ່ອອກແບບມາເພື່ອທົດສອບ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບຫົວຂໍ້ຕ່າງໆກ່ຽວກັບການປ່ຽນແປງດິນຟ້າອາກາດ. ຄໍາຖາມແມ່ນຈັດແບ່ງຕາມຫົວຂໍ້ ທີ່ສອດຄ່ອງກັບສາມພາກຕົ້ນຕໍຂອງປື້ມຊຸດຄວາມຮູ້ເສີມ Climate box.
ຊຸດຄວາມຮູ້ ຍັງປະກອບມີໂປສເຕີທີ່ອະທິບາຍກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດແລະ ຄໍາແນະນໍາວ່າຄວນເຮັດແນວໃດເພື່ອຫຼຸດຜ່ອນການປ່ອຍອາຍກາກບອນຂອງຕົນເອງ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.
ທ່ານສາມາດນໍາໃຊ້ ບັນດາເຄື່ອງມືຕ່າງໆທີ່ນໍາໃຊ້ໃນການຮຽນຮູ້ແບບໂຕ້ຕອບ ແລະ ຄຳແນະນຳຢ່າງລະອຽດຂອງພວກເຮົາທີ່ສ້າງຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ທັງນັກຮຽນ ແລະ ຜູ້ໃຫ້ຄວາມຮູ້(ຄູ-ອາຈານ)ໃນການຈັດການ ຫຼື ຮັບມືຕໍ່ກັບວິກິດການດ້ານການປ່ຽນແປງດິນຟ້າອາກາດທີ່ເພີ່ມຂຶ້ນ.
ຊຸດຄວາມຮູ້ເສີມ Climate Box
ຄົ້ນຫາຫົວຂໍ້ກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ສໍາຄັນໃນປື້ມຊຸດຄວາມຮູ້ເສີມທີ່ລວມມີສາເຫດ, ຜົນກະທົບ, ແລະ ການແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ. ຊຸດຄວາມຮູ້ດັ່ງກ່າວຍັງປະກອບມີແຜນທີ່ໂລກກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ໂປສເຕີການປັບຕົວ ແລະ ການຫຼຸດຜ່ອນ, ແລະ ແບບສອບຖາມແບບໂຕ້ຕອບເພື່ອທົດສອບຄວາມຮູ້ຂອງທ່ານ.
ຜູ້ໃຫ້ຄວາມຮູ້ (ຄູ-ອາຈານ)
ສາມາດເຂົ້າເຖິງບັນດາຄໍາແນະນໍາລະອຽດໃນການເຊື່ອມໂຍງການສຶກສາການປ່ຽນແປງດິນຟ້າອາກາດເຂົ້າໄປໃນຫຼັກສູດຂອງທ່ານ, ມີແຜນການຮຽນ, ແນວຄວາມຄິດການພັດທະນາໂຄງການ, ແລະ ກິດຈະກໍານອກຫຼັກສູດ. ພາກນີ້ປະກອບມີຄູ່ມືການຝຶກອົບຮົມຄູ ແລະ ເຄື່ອງມືອື່ນໆເພີ່ມຕື່ມສໍາລັບການສ້າງຄວາມອາດສາມາດໃນການສຶກສາການປ່ຽນແປງດິນຟ້າອາກາດ.
ເດັກນ້ອຍ ແລະ ໄວໜຸ່ມ
ຄໍາຖາມກ່ຽວກັບສະພາບດິນຟ້າອາກາດ: ເຈົ້າຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດຫຼາຍຊໍ່າໃດ? ທົດສອບຄວາມຮູ້ຂອງທ່ານຜ່ານແບບສອບຖາມກ່ຽວກັບ ການປ່ຽນແປງສະພາບອາກາດຂອງພວກເຮົາ! ຄົ້ນຫາຫົວຂໍ້ອື່ນໆທີ່ໜ້າສົນໃຈ ແລະ ການມີສ່ວນຮ່ວມອື່ນໆທີ່ກວມເອົາຫຼາຍຫົວຂໍ້ທີ່ສໍາຄັນ ຈາກສາເຫດ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຈົນຮອດແນວທາງແກ້ໄຂ້ທີ່ສາມາດປະຕິບັດໄດ້.
ບັນດາກິດຈະກໍາ ແລະ ງານຕ່າໆ
ທ່ານຈະສາມາດເຂົ້າເຖິງຂໍ້ມູນກ່ຽວກັບກອງປະຊຸມ, ກອງປະຊຸມຝຶກອົບຮົມ, ການແຂ່ງຂັນ, ແລະ ກິດຈະກໍາທີ່ມີສ່ວນຮ່ວມອື່ນໆທີ່ອອກແບບມາເພື່ອສົ່ງເສີມການສຶກສາກ່ຽວກັບການປ່ຽນແປງດິນຟ້າອາກາດ. ຕິດຕາມການອັບເດດ ແລະ ຮຽນຮູ້ກ່ຽວກັບໂອກາດຕ່າງໆ. ຊອກຫາຮູບພາບ ແລະ ວິດີໂອຫຼ້າສຸດຈາກບັນດາກິດຈະກຳຕ່າງໆຂອງພວກເຮົາ.
ທົດສອບຄວາມຮູ້ຂອງທ່ານ
ເຈົ້າຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດຫຼາຍຊໍ່າໃດ? ທົດສອບຄວາມຮູ້ຂອງທ່ານຜ່ານແບບສອບຖາມກ່ຽວກັບ ການປ່ຽນແປງສະພາບອາກາດຂອງພວກເຮົາ! ຄົ້ນຫາຫົວຂໍ້ອື່ນໆທີ່ໜ້າສົນໃຈ ແລະ ການມີສ່ວນຮ່ວມອື່ນໆທີ່ກວມເອົາຫຼາຍຫົວຂໍ້ທີ່ສໍາຄັນ ຈາກສາເຫດ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຈົນຮອດແນວທາງແກ້ໄຂ້ທີ່ສາມາດປະຕິບັດໄດ້.