ກ່ຽວກັບ ຊຸດຄວາມຮູ້ເສີມ Climate Box
ຊຸດຄວາມຮູ້ເສີມ Climate Box ແມ່ນຫຍັງ?
ເປັນຊຸດຄວາມຮູ້ເສີມກ່ຽວກັບການສຶກສາແບບໂຕ້ຕອບທີ່ສ້າງຂຶ້ນເພື່ອສອນຄົນຮຸ່ນໃໝ່ ໂດຍເນັ້ນໃສ່ຫົວຂໍ້ການປ່ຽນແປງດິນຟ້າອາກາດ. ອອກແບບໂດຍຜູ້ຊ່ຽວຊານດ້ານວິທະຍາສາດການປ່ຽນແປງດິນຟ້າອາກາດ, ການສຶກສາ, ແລະ ວັນນະຄະດີຂອງເດັກນ້ອຍ, ຊຸດເຄື່ອງມືນີ້ເຮັດໃຫ້ການສຶກສາການປ່ຽນແປງດິນຟ້າອາກາດມີສ່ວນຮ່ວມ, ໂຕ້ຕອບ, ແລະ ມີຄວາມກ່ຽວຂ້ອງໃນທົ່ວໂລກ, ຊ່ວຍໃຫ້ຜູ້ໃຊ້ສາມາດປະຕິບັດ ແລະ ສ້າງແຮງບັນດານໃຈໃນການປ່ຽນແປງ.
ສິ່ງທີ່ລິເລີ່ມເບື້ອງຕົ້ນໃນປະເທດໃດໜື່ງໃນປັດຈຸບັນໄດ້ກາຍເປັນການລິເລີ່ມໃນທົ່ວໂລກ. ປະຈຸບັນ ຊູດຄວາມຮູ້ເສີມ Climate Box ມີໃຫ້ນຳໃຊ້ໃນ 17 ພາສາ, ໂດຍມີສະບັບທີ່ປັບແຕ່ງໃຫ້ເຂົ້າກັບສະພາບໃນບາງພາກພື້ນໃນບັນດາປະເທດໃນເອີຣົບຕາເວັນອອກ, ອາຊີກາງ ແລະ ເຂດພາກພື້ນອື່ນໆ. ການປັບປຸງໃຫມ່ (2023-2026) ໄດ້ນໍາໃຊ້ຂໍ້ມູນຂ່າວສານທີ່ທັນຕໍ່ເຫດການຫຼາຍຂື້ນກວ່າເກົ່າ, ຂະຫຍາຍໄປສູ່ພາກພື້ນອາຊີຕາເວັນອອກສຽງໃຕ້.
ໃນປີ 2025
ປະຕິບັດ. ຊຸດຄວາມຮູ້ເສີມ Climate Box
ໄດ້ແປເປັນ 17 ພາສາ,
ລວມທັງພາສາທີ່ນໍາໃຊ້ເປັນທາງການຂອງອົງການສະຫະປະຊາຊາດ.
ມີທັງໝົດ 12
ປະເທດ ທີ່ເຂົ້າຮ່ວມໂຄງການ, ພັດທະນາຊຸດເຄື່ອງມືໃນພາສາທ້ອງຖິ່ນຂອງຊຸດຄວາມຮູ້ເສີມ Climate Box ເພື່ອຕອບສະໜອງຄວາມຕ້ອງການ ແລະ ແທດເໝາະກັບສະພາບຕົວຈິງຂອງພາກພື້ນ.
ໂຮງຮຽນ
ຫຼາຍກວ່າ 5,000
ແຫ່ງນໍາໃຊ້ຊຸດຄວາມຮູ້ເສີມ Climate Box ເພື່ອສ້າງການມີສ່ວນຮ່ວມຂອງເດັກນ້ອຍ ແລະ ໄວໜຸ່ມໃນການຮຽນຮູ້ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ຊຸດຄວາມຮູ້ເສີມ Climate Box ໄດ້ຖືກນໍາໃຊ້ເພື່ອຝຶກອົບຮົບໃຫ້ແກ່ຄູ-ອາຈານຫຼາຍກວ່າ
7,000 ຄົນ
ເພື່ອຮຽນຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ສ້າງແຮງບັນດານໃຈໃນການປະຕິບັດ.
ນັກຮຽນຫຼາຍກວ່າ
50,000 ຄົນ
ໄດ້ຮຽນຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດຜ່ານ ຊຸດຄວາມຮູ້ເສີມດັ່ງກ່າວ
ຊຸດຄວາມຮູ້ເສີມ Climate Box ແມ່ນເໝາະສໍາລັບໃຜແດ່
ເດັກນ້ອຍ ແລະ ໄວໜຸ່ມ
ມີສ່ວນຮ່ວມຜ່ານກິດຈະກໍາມ່ວນໆ, ແບບສອບຖາມ, ແລະ ການສົນທະນາເພື່ອຮຽນຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ວິທີການດຳລົງຊີວິດແບບຍືນຍົງ.
ຄູອາຈານ ແລະ ການສຶກສາ:
ສາມາດເຂົ້າເຖິງຂໍ້ມູນສະພາບອາກາດຫຼ້າສຸດ ແລະ ຄູ່ມືພາກປະຕິບັດເພື່ອນໍາເອົາການສຶກສາສະພາບການປ່ຽນແປງດິນຟ້າອາກາດເຂົ້າໄປສິດສອນໃນຫ້ອງຮຽນ ແລະ ນອກຫ້ອງຮຽນ.
ພໍ່ແມ່ ແລະ ຊຸມຊົນ:
ມີສ່ວນຮ່ວມໃນກິດຈະກໍາເພື່ອຊ່ວຍໃຫ້ຄອບຄົວ ແລະ ຊຸມຊົນຂອງທ່ານເຂົ້າໃຈ ແລະ ຈັດການ ຫຼື ປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ.
ລັດຖະບານ:
ນໍາໃຊ້ຊຸດເຄື່ອງມືເພື່ອປຸກຈິດສໍານຶກ ແລະ ສ້າງແຮງບັນດານໃຈໃນການເຂົ້າຮ່ວມການເຄື່ອນໄຫວໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດໃນລະດັບຊາດ ຫຼື ຂັ້ນທ້ອງຖິ່ນ
ຊຸດຄວາມຮູ້ເສີມ Climate Box ມີຄວາມເປັນເອກະລັກແນວໃດ?
ຄວາມສົມບູນແບບ ແລະ ການໂຕ້ຕອບ:
ເປັນຊຸດຄວາມຮູ້ເສີມໃນການການສຶກສາກ່ຽວກັບການປ່ຽນແປງດິນຟ້າອາກາດ ຄັ້ງທໍາອິດສໍາລັບໂຮງຮຽນ, ມີເນື້ອໃນທີ່ສົ່ງເສີມການມີສ່ວນຮ່ວມ, ຮູບແຕ້ມ, ແລະ ກິດຈະກໍາອື່ນໆ.
ສ້າງໂດຍຊ່ຽວຊານສະເພາະດ້ານ:
ສ້າງໂດຍທີມງານທີ່ມີຄວາມຊ່ຽວຊານໃນຫຼາຍຂົງເຂດ ລວມມີ ນັກວິທະຍາສາດດ້ານການປ່ຽນແປງດິນຟ້າອາກາດ, ການສຶກສາ, ແລະ ນັກຂຽນເພື່ອເດັກນ້ອຍ.
ທົ່ວໂລກ ແລະ ທ້ອງຖິ່ນ: ມີຕົວຢ່າງຈາກທົ່ວໂລກ, ບວກກັບເນື້ອຫາທີ່ໄດ້ປັບປຸງໃຫ້ແທດເໝາະກັບແຕ່ລະພາກພື້ນ.
ຄູ-ອາຈານສາມາດນໍາໃຊ້ໄດ້ງ່າຍ:
ລວມມີບົດແນະນຳລະອຽດ ແລະ ການຝຶກອົບຮົມເພື່ອແຊກຊ້ອນການສຶກສາການປ່ຽນແປງດິນຟ້າອາກາດເຂົ້າກັບຫຼັກສູດຕ່າງໆ.
ສາມາດເຂົ້າເຖິງໄດ້ຢ່າງເປັນວົງກວ້າງ:
ໄດ້ແປເປັນ 17 ພາສາ, ແລະ ມີການປັບປຸງຢ່າງຕໍ່ເນື່ອງເພື່ອໃຫ້ແທດເໝາະກັບວິທະຍາສາດກ່ຽວກັບການປ່ຽນແປງດິນຟ້າອາກາດທີ່ມີການປັບປຸງຫຼ້າສຸດ.
ເລີ່ມການຮຽນຮູ້ ແລະ ການເຄື່ອນໄຫວໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຂອງທ່ານ
ເຂົ້າຮ່ວມການເຄື່ອນໄຫວໃນທົ່ວໂລກກັບໂຄງການ Climate Box ແລະ ຊ່ວຍສ້າງຜູ້ນໍາໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດລຸ້ນຕໍ່ໄປ.
ຊອກຫາຂໍ້ມູນເພີ່ມຕື່ມ:
- ສຳຫຼວດບັນດາເຄື່ອງມືເພີ່ມຕື່ມໄດ້ທີ່ເວັບໄຊທ໌ Climate Box!
- ເບິ່ງວິດີໂອໂຄງການ Climate Box ເພື່ອສຶກສາເພີ່ມເຕີມ