ຊຸດຄວາມຮູ້ເສີມ Climate Box

ຊຸດຄວາມຮູ້ເສີມ Climate Box

ຊຸດຄວາມຮູ້ເສີມ Climate Box ເປັນຊຸດເຄື່ອງມືໃນການຮຽນຮູ້ແບບໂຕ້ຕອບແບບສ້າງສັນ ແລະ ເປັນໂຄງການການສຶກສາທີ່ເນັ້ນໃສ່ການສ້າງຈິດສໍານຶກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ນັກຮຽນໃນໂຮງຮຽນ. ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)ໄດ້ພັດທະນາຊຸດຄວາມຮູ້ເສີມນີ້ຂື້ນ ໂດຍມີຈຸດປະສົງເພື່ອການສຶກສາແລະສ້າງແຮງບັນດານໃຈໃຫ້ເກີດມີການເຄື່ອນໄຫວໃນການແກ້ໄຂບັນຫາການປ່ຽນແປດິນຟ້າອາກາດ. ໂດຍຈຸດປະສົງຫຼັກ, ໂຄງການ Climate Box ໄດ້ນໍາສະເໜີຊຸດຄວາມຮູ້ເສີມທີ່ສົມບູນແບບເພື່ອເຮັດໃຫ້ການຮຽນຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດມີສ່ວນຮ່ວມຫຼາຍຂຶ້ນ. ມີ​ຂໍ້​ມູນ​ຂ່າວ​ສານ​ທີ່​ທັນຕໍ່ເຫດການປະຈຸບັນຄຽງ​ຄູ່​ກັບ​ແນວຄິດ​ສ້າງ​ສັນ​, ເກມ​, ແບບ​ສອບຖາມ​, ການ​ທົດ​ລອງ​, ແລະ​ ເຄື່ອງມືອື່ນໆສໍາ​ລັບ​ຄູ​-ອາ​ຈານ ​ແລະ ​ນັກ​ສຶກ​ສາ​.

 

ມາຮອດປີ 2025, ຊຸດເຄື່ອງມືມີໃຫ້ນຳໃຊ້ໄດ້ໃນ 17 ພາສາ ແລະ ໄດ້ຮັບການປັບປຸງເພີ່ມຕື່ມໃຫ້ແທດເໝາະກັບສະພາບການສະເພາະຂອງປະເທດນັ້ນໆເພື່ອຮັບປະກັນຄວາມກ່ຽວຂ້ອງຂອງທ້ອງຖິ່ນໃນ 12 ປະເທດ ແລະ 3 ພາກພື້ນ.

loader

Loading

File not found for Serbian!

File not found for Thailand!

File not found for Vietnam!

File not found for Chinese!

ຊຸດຄວາມຮູ້ເສີມ Climate box ປະກອບມີຫຍັງແດ່