ແຜນທີ່ ແລະ ໂປສເຕີ້
ຮູບພາບມີຄວາມສໍາຄັນກັບຂະບວນການຮຽນຮູ້, ແລະ ຊຸດຄວາມຮູ້ເສີມ Climate Box Toolkit ປະກອບມີຮູບແຕ້ມ ທີ່ຫຼາກຫຼາຍທີ່ຊີ້ໃຫ້ເຫັນເຖິງຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພ້ອມກັບວິທີການເພື່ອຫຼຸດຜ່ອນ ແລະ ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.
ແຜນທີ່ການປ່ຽນແປງດິນຟ້າອາກາດ
ເປັນຫຍັງການເຄື່ອນໄຫວເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຈຶ່ງມີຄວາມສໍາຄັນ ແລະ ແມ່ນຫຍັງຈະເກີດຂຶ້ນຖ້າພວກເຮົາເລືອກທີ່ຈະເພິກເສີຍຕໍ່ບັນຫາດັ່ງກ່າວ? ແຜນທີ່ນີ້ເນັ້ນເຖິງຜົນກະທົບອັນຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ປະຊາກອນມະນຸດໃນທ້າຍສັດຕະວັດທີ 21, ຖ້າຫາກເຮົາບໍ່ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.
ໂປສເຕີ 'ເຮັດແນວໃດເພື່ອຕ້ານກັບການປ່ຽນແປງດິນຟ້າອາກາດ?'
ການປັບຕົວເຂົ້າກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດແມ່ນກະແຈເພື່ອສ້າງອານາຄົດທີ່ທົນທານ ແລະ ຍືນຍົງ. ໂປສເຕີ້ນີ້ສະເໜີຂັ້ນຕອນທີ່ງ່າຍດາຍ, ສາມາດປະຕິບັດໄດ້ເພື່ອເສີມຂະຫຍາຍຄວາມຢືດຢຸ່ນ ແລະ ປົກປ້ອງທັງຄົນ ແລະ ສິ່ງແວດລ້ອມຈາກສິ່ງທ້າທາຍດ້ານສະພາບອາກາດ.
ໂປສເຕີ ‘CO2NSERVE! CO2MBAT! CO2OPERATE !'
ທຸກໆການເຄື່ອນໄຫວນ້ອຍໆແມ່ນມີຄວາມສໍາຄັນໝົດເມື່ອຕ້ອງໄດ້ເອົາໃຈໃສ່ໃນການຫຼຸດຜ່ອນການປ່ອຍທາດອາຍກາກບອນຂອງພວກເຮົາ. ໂປສເຕີ້ນີ້ສະເໜີຄໍາແນະນໍາພາກປະຕິບັດທີ່ເຈົ້າສາມາດເຮັດໄດ້ໃນຊີວິດປະຈໍາວັນຂອງເຈົ້າໄດ້ງ່າຍໆ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະກອບສ່ວນໄປສູ່ການສ້າງອະນາຄົດທີ່ຍືນຍົງກວ່າ.