ປຶ້ມຊຸດຄວາມຮູ້ເສີມ Climate box
ພາກສ່ວນທີ່ສໍາຄັນຂອງຊຸດເຄື່ອງມື Climate Box Toolkit ແມ່ນປຶ້ມຄວາມຮູ້ເສີມທີ່ມີຮູບແຕ້ມທີ່ກວມເອົາວິທະຍາສາດຂອງການປ່ຽນແປງດິນຟ້າອາກາດ, ຜົນກະທົບ, ແລະ ການປະຕິບັດທີ່ດີທີ່ສຸດກ່ຽວກັບການຫຼຸດຜ່ອນທາດອາຍກາກບອນ ແລະ ການປັບຕົວຕໍ່ຜົນກະທົບທີ່ຫຼີກລ່ຽງບໍ່ໄດ້ຂອງການປ່ຽນແປງດິນຟ້າອາກາດ. ນອກນັ້ນປຶ້ມແບບຮຽນຍັງປະກອບມີຄໍາແນະນໍາສໍາລັບຄູກ່ຽວກັບວິທີການປະສົມປະສານບັນດາເຄື່ອງມືຄວາມຮູ້ເສີມເຫຼົ່ານີ້ເຂົ້າໃນຫຼັກສູດການຮຽນການສອນຢ່າງມີປະສິດທິຜົນ.
ປື້ມຊຸດຄວາມຮູ້ເສີມ Climate box ໄດ້ແບ່ງອອກເປັນສີ່ພາກສ່ວນ:
ແນະນໍາຂໍ້ມູນພື້ນຖານຂອງການປ່ຽນແປງດິນຟ້າອາກາດ, ລວມທັງປະເພດພູມອາກາດທີ່ແຕກຕ່າງກັນແລະ ໃນແຕ່ລະເຂດ, ປະຫວັດສາດຂອງການປ່ຽນແປງຂອງດິນຟ້າອາກາດໃນໄລຍະຂອບເຂດເວລາຕ່າງໆ – ຈາກຫຼາຍລ້ານປີກ່ອນຈົນເຖິງປັດຈຸບັນ – ແລະ ສາເຫດທີ່ເຮັດໃຫ້ເກີດການປ່ຽນແປງເຫຼົ່ານີ້.
ສ້າງຄວາມເຂົ້າໃຈກ່ຽວກັບຜົນກະທົບທີ່ຫຼາກຫຼາຍຂອງການປ່ຽນແປງດິນຟ້າອາກາດຕໍ່ທໍາມະຊາດ ແລະມະນຸດ. ມີການສໍາຫຼວດວິທີການປ່ຽນຮູບແບບຂອງດິນຟ້າອາກາດ, ການປ່ຽນແປງຂອງລະບົບນິເວດ, ແລະ ສິ່ງທ້າທາຍຕໍ່ຂະແໜງກະສິກໍາ, ຊັບພະຍາກອນນ້ໍາ, ເຂດຊາຍຝັ່ງທະເລ ແລະ ພູເຂົາ, ເຂດອາກຕິກ, ຕົວເມືອງ, ແລະ ສຸຂະພາບຂອງມະນຸດແມ່ນເຊື່ອມຕໍ່ກັນກັບສະພາບອາກາດທີ່ມີການປ່ຽນແປງ. ນອກຈາກນັ້ນ, ພາກນີ້ ຍັງໄດ້ຕອບຄໍາຖາມທີ່ວ່າພວກເຮົາຈະສາມາດປັບຕົວເຂົ້າກັບສິ່ງທ້າທາຍໃໝ່ເຫຼົ່ານີ້ ແລະ ສືບຕໍ່ເຕີບໂຕຢ່າງຍືນຍົງໃນສະພາບແວດລ້ອມທີ່ມີການປ່ຽນແປງນີ້ໄດ້ແນວໃດ.
ເບິ່ງ&ດາວໂຫລດ
ສຸມໃສ່ບົດບາດຂອງການນໍາໃຊ້ພະລັງງານໃນຊີວິດປະຈໍາວັນຂອງພວກເຮົາ, ສົມທຽບການນໍາໃຊ້ນໍ້າມັນເຊື້ອໄຟຟອດຊິວ ກັບພະລັງງານທີ່ມາຈາກແຫຼ່ງພະລັງງານທົດແທນໄດ້, ແລະ ປະເມີນເບີ່ງຜົນປະໂຫຍດແລະ ຂໍ້ເສຍຂອງການນໍາຊ້ພະລັງງານເຫຼົ່ານັ້ນ. ພາກນີ້ຍັງກວມເອົາການນໍາໃຊ້ພະລັງງານຢ່າງມີປະສິດທິພາບ, ການຄົມມະນາຄົມສີຂຽວ, ການກໍ່ສ້າງແບບຍືນຍົງ, ແລະ ຂັ້ນຕອນການປະຕິບັດທີ່ພວກເຮົາສາມາດປະຕິບັດໃນມື້ນີ້ເພື່ອຫຼຸດຜ່ອນການປ່ອຍທາດອາຍກາກບອນຂອງພວກເຮົາ. ນອກຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືທົ່ວໂລກໃນການຮັບມືຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບົດບາດຂອງການເຄື່ອນໄຫວເພື່ອແກ້ໄຂບັນຫາດັ່ງກ່າວໂດຍໄວໜຸ່ມ.
ໃຫ້ຄຳແນະນຳທົ່ວໄປສຳລັບຄູກ່ຽວກັບການແຊກຊ້ອນຫົວຂໍ້ການປ່ຽນແປງດິນຟ້າອາກາດເຂົ້າໃນຫຼັກສູດຂອງໂຮງຮຽນ ເຊີ່ງປະກອບມີຕົວຢ່າງທີ່ສອດຄ່ອງກັບຫົວຂໍ້ ແລະ ກຸ່ມອາຍຸທີ່ແຕກຕ່າງກັນ.